30 lines
4.0 KiB
Plaintext
30 lines
4.0 KiB
Plaintext
[
|
|
{
|
|
"title": "ຂໍ້ມູນການເຊື່ອມຕໍ່:",
|
|
"body": "ໂປໂລແລະໂຊຊະເຖນທັກທາຍຜູ້ທີ່ເຊື່ອທັງຫລາຍຂອງຄຣິສຕະຈັກຊາວເມືອງໂກຣິນໂທ."
|
|
},
|
|
{
|
|
"title": "ຂໍ້ມູນທົ່ວໄປ:",
|
|
"body": "ດັ່ງນັ້ນໃນຂໍ້ສັງເກດອື່ນອີກ, ຄຳເວົ້າດັງກ່າວນີ້ “ທ່ານ“ ແລະ “ຂອງທ່ານ“ ໝາຍເຖິງຜູ້ຮັບຈົດໝາຍຂອງໂປໂລແລະຄຳເວົ້ານີ້ກໍ່ມີຫລາຍຄຳ ( ເບິ່ງ: figs_you)"
|
|
},
|
|
{
|
|
"title": "ໂປໂລ ... ເຖິງຄຣິສຕະຈັກຂອງພຣະເຈົ້າທີ່ເມືອງໂກຣິນໂທ",
|
|
"body": "ໃນວັດທະນະທຳຂອງເພິ່ນອາດຈະມີວິທີການແນະນຳຜູ້ຂຽນຈົດໝາຍແລະຜູ້ຮັບຈົດໝາຍທີ່ແຕກຕ່າງກັນ. ແປອີກຢ່າງໜຶ່ງວ່າ: “ຂ້າພະເຈົ້າ, ໂປໂລ, ຂຽນຈົດໝາຍສະບັບນີ້ເຖິງທ່ານທັງຫລາຍທີ່ເຊື່ອພຣະເຈົ້າໃນເມືອງໂກຣິນໂທ“"
|
|
},
|
|
{
|
|
"title": "ໂຊຊະເຖນນ້ອງຊາຍຂອງເຮົາ",
|
|
"body": "ນີ້ສະແດງວ່າໂປໂລແລະຄຣິສຕຽນຊາວເມືອງໂກຣິນໂທຮູ້ຈັກໂຊຊະເຖນ. ແປອີກຢ່າງໜຶ່ງວ່າ: “ນ້ອງຊາຍໂຊຊະເຖນແລະຂ້າພຣະເຈົ້າຮູ້ຈັກກັນ“ ( ເບິ່ງ: translate_names and figs_explicit)"
|
|
},
|
|
{
|
|
"title": "ຜູ້ທີ່ໄດ້ອຸທິດຕົນໃນພຣະເຢຊູຄຣິດເຈົ້າ",
|
|
"body": "ໃນທີ່ນີ້ “ອຸທິດຕົນ“ ໝາຍເຖິງຄົນທີ່ພຣະເຈົ້າຊົງສະຫງວນໄວ້ເພື່ອຖວາຍກຽດແດ່ພຣະອົງ, ແປອີກຢ່າງໜຶ່ງວ່າ: “ຜູ້ທີ່ພຣະເຢຊູຄຣິດໄດ້ແຕ່ງຕັ້ງເພື່ອພຣະເຈົ້າ“ ຫລື “ ຜູ້ທີ່ພຣະເຈົ້າໄດ້ຕັ້ງໄວ້ເພື່ອພຣະອົງເອງ ເພາະວ່າພວກເຂົາເປັນຂອງພຣະເຢຊູຄຣິດ“ (UDB)"
|
|
},
|
|
{
|
|
"title": "ຜູ້ທີ່ຖືກເອີ້ນໃຫ້ເປັນປະຊາກອນທີ່ບໍຣິສຸດ",
|
|
"body": "ນີ້ສາມາດກ່າວໃນຮູບແບບປົກກະຕິທົ່ວໄປໄດ້. ແປອີກຢ່າງໜຶ່ງວ່າ: “ຜູ້ທີ່ພຣະເຈົ້າໄດ້ເອີ້ນໃຫ້ເປັນຄົນບໍຣິສຸດ“ ຄວາມໝາຍທີ່ເປັນໄປໄດ້ແມ່ນ 1 ) “ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງໄວ້ເພື່ອພຣະອົງເອງ“ ຫລື 2 ) “ຜູ້ທີ່ພຣະເຈົ້າໄດ້ເອີ້ນໃຫ້ແຍກຕົວອອກຈາກບາບ“ ຫລື “ຜູ້ທີ່ພຣະເຈົ້າໄດ້ເອີ້ນວ່າບໍ່ເຮັດບາບ“ ( ເບິ່ງ: figs_activepassive)"
|
|
},
|
|
{
|
|
"title": "ອົງພຣະຜູ້ເປັນເຈົ້າຂອງພວກເຂົາແລະຂອງພວກເຮົາ",
|
|
"body": "ພຣະເຢຊູເປັນອົງພຣະຜູ້ເປັນເຈົ້າຂອງໂປໂລແລະຄຣິສຕຽນຊາວເມືອງໂກຣິນໂທແລະເປັນອົງພຣະຜູ້ເປັນເຈົ້າຂອງຄຣິສຕະຈັກທັງໝົດ ( ເບິ່ງ:figs_inclusive)"
|
|
}
|
|
] |