lo_1co_tn_l3/01/04.txt

30 lines
3.1 KiB
Plaintext

[
{
"title": "ຂໍ້ມູນການເຊື່ອມຕໍ່",
"body": "ໂປໂລອະທິບາຍເຖິງຕຳແໜງຂອງຜູ້ທີ່ເຊື່ອແລະການຕິດຕາມພຣະຄຣິດວ່າພວກເຂົາກຳລັງລໍຖ້າການສະເດັດມາຂອງພຣະອົງ."
},
{
"title": "ເພາະພຣະຄຸນຂອງພຣະເຈົ້າທີ່ພຣະເຢຊູຄຣິດໄດ້ປະທານໃຫ້ແກ່ທ່ານ",
"body": "ໂປໂລກ່າວເຖິງພຣະຄຸນວ່າເປັນຂອງຂວັນທີ່ພຣະເຢຊູຊົງປະທານໃຫ້ແກ່ຄຣິສຕຽນທັງຫລາຍ. ແປອີກຢ່າງໜຶ່ງວ່າ: “ເພາະວ່າພຣະເຢຊູຄຣິດຊົງກະທຳໃຫ້ເປັນໄປໄດ້ສຳລັບພຣະເຈົ້າທີ່ຈະມີພຣະເມດຕາຕໍ່ທ່ານທັງຫລາຍ“ ( ເບິ່ງ: figs_metaphor)"
},
{
"title": "ພຣະອົງເຮັດໃຫ້ທ່ານຮັ່ງມີ",
"body": "ໃນທີ່ນີ້ອາດມີຄວາມໝາຍ 1) “ພຣະຄຣິດເຮັດໃຫ້ທ່ານຮັ່ງມີ“ ຫລື 2) “ພຣະເຈົ້າເຮັດໃຫ້ທ່ານຮັ່ງມີ.“"
},
{
"title": "ເຮັດໃຫ້ທ່ານຮັ່ງມີໃນທຸກທາງ",
"body": "ໂປໂລກຳລັງກ່າວໂດຍທົ່ວໄປ. ແປອີກຢ່າງໜຶ່ງວ່າ: “ເຮັດໃຫ້ທ່ານຮັ່ງມີດ້ວຍການອວຍພອນທາງດ້ານຈິດວິນຍານຢ່າງຫລວງຫລາຍ“ ( ເບິ່ງ: figs_hyperbole)"
},
{
"title": "ໃນທຸກຄຳເວົ້າ",
"body": "ພຣະເຈົ້າສາມາດຊ່ວຍທ່ານໃຫ້ບອກຄົນອື່ນໆກ່ຽວກັບພຣະຄັມຂອງພຣະເຈົ້າໃນຫລາຍວິທີທາງ."
},
{
"title": "ຄວາມຮູ້ທັງໝົດ",
"body": "ພຣະເຈົ້າສາມາດເຮັດໃຫ້ທ່ານເຂົ້າໃຈພຣະຄັມຂອງພຣະເຈົ້າໃນຫລາຍວິທີທາງ."
},
{
"title": "ຄຳພະຍານກ່ຽວກັບຄຣິດໄດ້ຮັບການຢືນຢັນວ່າເປັນຈິງທ່າມກາງພວກທ່ານ",
"body": "ໃນທີ່ນີ້ອາດມີຄວາມໝາຍ 1) “ທ່ານໄດ້ເຫັນດ້ວຍຕົວທ່ານເອງວ່າສິ່ງທີ່ເຮົາໄດ້ກ່າວກ່ຽວກັບພຣະຄຣິດເປັນຄວາມຈິງ“ຫລື 2) “ຄົນອື່ນໄດ້ຮຽນຮູ້ຈາກການເບິ່ງຊີວິດຂອງທ່ານທີ່ເຮົາແລະທ່ານເວົ້າເຖິງພຣະຄຣິດວ່າເປັນຄວາມຈິງ.“"
}
]