[ { "title": "ພີ່ນ້ອງທັງຫລາຍ", "body": "ໃນທີ່ນິ້ໝາຍເຖິງຄຣິສຕຽນທັງຫລາຍ, ທັງຊາຍແລະຍິງ." }, { "title": "ເພື່ອປະໂຫຍດຂອງພວກທ່ານ", "body": "“ເພື່ອສະວັດດີການຂອງພວກທ່ານ“" }, { "title": "ລະຫວ່າງທ່ານ... ທ່ານມີສິ່ງທີ່ທ່ານບໍ່ໄດ້ເຮັດ... ທ່ານໄດ້ຮັບມາເປົ່າໆ... ທ່ານອວດ... ທ່ານບໍ່ມີ", "body": "ໂປໂລກຳລັງກ່າວກັບຊາວເມືອງໂກຣິນໂທເໝືອນກັບພວກເຂົາເປັນບຸກຄົນໜຶ່ງຄົນ, ດັ່ງນັ້ນຄຳວ່າ “ທ່ານ“ ໃນທີ່ນີ້ຈຶ່ງພົບໃນຮູບແບບຂອງເອກະພົດ. (ເບິ່ງ: figs_you)\n" }, { "title": "ເພາະມີຜູ້ໃດທີ່ເຫັນວ່າທ່ານແຕກຕ່າງຈາກຄົນອື່ນໆ ?", "body": "ໂປໂລກຳລັງຕຳນິຊາວເມືອງໂກຣິນໂທຜູ້ທີ່ຄິດວ່າພວກເຂົາດີກວ່າຄົນທັງຫລາຍທີ່ໄດ້ຍິນຂ່າວປະເສີດຈາກຄົນອື່ນໆ. ແປອີກຢ່າງໜຶ່ງວ່າ: “ທ່ານບໍ່ໄດ້ເໜືອກວ່າຄົນອື່ນໆ“ (ເບິ່ງ: figs_rquestion)" }, { "title": "ສິ່ງໃດທີ່ທ່ານມີແລະບໍ່ໄດ້ຮັບມາແບບເປົ່າໆແດ່?", "body": "ໂປໂລໄດ້ເນັ້ນວ່າພຣະເຈົ້າຈະຊົງປະທານໃຫ້ພວກເຂົາໃນສິ່ງຕ່າງໆທີ່ພວກເຂົາມີໂດຍບໍ່ໄດ້ຄິດມູນຄ່າ. ແປອີກຢ່າງໜຶ່ງວ່າ: “ພຣະເຈົ້າຊົງປະທານໃຫ້ພວກທ່ານທຸກສິ່ງທີ່ທ່ານມີໂດຍບໍ່ໄດ້ຄິດມູນຄ່າ“ (ເບິ່ງ: figs_rquestion)" }, { "title": "ເປັນຫຍັງທ່ານຈຶ່ງອວດເໝືອນກັບວ່າທ່ານບໍ່ໄດ້ຮັບມາແບບເປົ່າໆ?", "body": "ໂປໂລກຳລັງຕຳໜິພວກເຂົາໃນການກ່າວອວດໃນສິ່ງທີ່ພວກເຂົາໄດ້ຮັບ. ແປອີກຢ່າງໜຶ່ງວ່າ: “ທ່ານບໍ່ມີສິດທີ່ຈະອວດ“ ຫລື “ເວົ້າອວດບໍ່ໄດ້ເລີຍ“ (ເບິ່ງ: figs_rquestion)" } ]