[ { "title": "ຂໍ້ມູນທົ່ວໄປ:", "body": "ໂປໂລໃຊ້ຄຳເວົ້າຖາກຖາງນີ້ເພື່ອເຮັດໃຫ້ຊາວເມືອງໂກຣິນໂທລະອາຍແລະເຮັດໃຫ້ພວກເຂົາຮັບຮູ້ວ່າພວກເຂົາກຳລັງເຮັດບາບໃນຄວາມພາກພູມໃຈໃນຕົວພວກເຂົາເອງແລະຄູຂອງພວກເຂົາ. (ເບິ່ງ: figs_irony)" }, { "title": "ພຣະເຈົ້າຊົງແຕ່ງຕັ້ງພວກເຮົາເຊິ່ງເປັນພວກອັກຄະສາວົກໃຫ້ປາກົດ", "body": "ໂປໂລໄດ້ສະແດງໃຫ້ເຫັນລັກສະນະສອງຢ່າງທີ່ພຣະເຈົ້າຊົງແຕ່ງຕັ້ງອັກຄະສາວົກຂອງພຣະອົງໃຫ້ປາກົດແກ່ໂລກນີ້. (ເບິ່ງ: \nfigs_parallelism)" }, { "title": "ຊົງແຕ່ງຕັ້ງພວກເຮົາເຊິ່ງເປັນອັກຄະສາວົກໃຫ້ປາກົດ", "body": "ພຣະເຈົ້າໄດ້ເຮັດໃຫ້ຖານະອັກຄະສາວົກປາກົດເໝືອນນັກໂທດໃນຕອນທ້າຍຂະບວນແຫ່ຂອງທະຫານໂຣມ, ມັນເປັນຄວາມອັບອາຍກ່ອນທີ່ຈະຖືກປະຫານຊີວິດ. (ເບິ່ງ: figs_metaphor)" }, { "title": "ເໝືອນກັບຜູ້ທີ່ຖືກຕັດສິນປະຫານຊີວິດ", "body": "ພຣະເຈົ້າຊົງແຕ່ງຕັ້ງໃຫ້ອັກຄະສາວົກປາກົດເໝືອນຄົນທີ່ຈະຖືກປະຫານຊີວິດ. (ເບິ່ງ: figs_metaphor)" }, { "title": "ຕໍ່ໂລກ - ຕໍ່ພວກທູດສະຫວັນ, ແລະຕໍ່ມະນຸດທັງປວງ", "body": "ຄວາມໝາຍທີ່ເປັນໄປໄດ້ແມ່ນ 1) “ໂລກ“ ປະກອບດ້ວຍສ່ວນທີ່ເໜືອທຳມະຊາດ (ທູດສະຫວັນ) ແລະທຳມະຊາດ (“ມະນຸດ“) ຫລື 2) ບັນຊີລາຍຊື່ປະກອບມີສາມຢ່າງຄື “ຕໍ່ໂລກ, ຕໍ່ພວກທູດສະຫວັນ, ແລະມະນຸດທັງປວງ.“ (ເບິ່ງ: figs_merism)" } ]