[ { "title": "ຄົນມີປັນຍາຢູ່ໃສ? ຄົນສະຫລາດຢູ່ໃສ? ນັກໂຕ້ຕອບບັນຫາຂອງໂລກນີ້ຢູ່ໃສ?", "body": "ໂປໂລເນັ້ນໜັກວ່າຄວາມຈິງແລ້ວຄົນມີປັນຍານັ້ນບໍ່ມີ ແປອີກຢ່າງໜຶ່ງວ່າ: \"ປຽບທຽບກັບປັນຫາຂອງຂ່າວປະເສີດບໍ່ມີຄົນມີປັນຍາ, ບໍ່ມີຄົນສະຫລາດ, ບໍ່ມີຜູ້ໂຕ້ຕອບບັນຫາ\"\n( ເບິ່ງ: figs_rquestion)" }, { "title": "ຄົນສະຫລາດ", "body": "ບຸກຄົນຜູ້ທີ່ໄດ້ຮັບການຍອມຮັບວ່າເປັນຜູ້ທີ່ມີການສຶກສາຫລາຍ" }, { "title": "ນັກໂຕ້ຕອບ", "body": "ບຸກຄົນຜູ້ໂຕ້ຕອບໃນສິ່ງທີ່ລາວຮູ້ຫລືບຸກຄົນທິ່ມີຄວາມຊຳນານໃນການໂຕ້ຕອບເລື່ອງດັ່ງກ່າວ" }, { "title": "ພຣະເຈົ້າເຮັດໃຫ້ປັນຍາຝ່າຍໂລກກາຍເປັນຄວາມໂງ່ບໍ່ແມ່ນບໍ?", "body": "ໂປໂລໃຊ້ຄຳຖາມນີ້ເພື່ອເນັ້ນໜັກເຖິງສິ່ງທີ່ພຣະເຈົ້າເຮັດຕໍ່ປັນຍາຝ່າຍໂລກນີ້. ແປອີກຢ່າງໜຶ່ງວ່າ: \"ພຣະເຈົ້າສະແດງໃຫ້ເຫັນວ່າທຸກສິ່ງທີ່ພວກເຂົາເອີ້ນວ່າປັນຍາ ແທ້ຈິງແລ້ວແມ່ນຄວາມໂງ່\" (UDB) ( ເບິ່ງ: figs_rquestion)\n" }, { "title": "ຄົນເຫລົ່ານັ້ນທີ່ເຊື່ອ", "body": "ໃນທີ່ນີ້ອາດມີຄວາມໝາຍ 1) \"ທຸກຄົນທີ່ເຊື່ອໃນຖ້ອຍຄຳ\" ຫລື 2) \"ທຸກຄົນທີ່ເຊື່ອໃນພຣະຄຣິດ.\"" } ]