[ { "title": "ຂໍ້ມູນເຊື່ອມຕໍ່:", "body": "ໂປໂລເຕືອນຜູ້ທີ່ເຊື່ອວ່າ ຮູບເຄົາລົບແມ່ນຈະບໍ່ມີອຳນາດ, ແຕ່ຜູ້ທີ່ເຊື່ອຕ້ອງລະວັງບໍ່ໃຫ້ມີຜົນກະທົບຕໍ່ຜູ້ທີ່ມີຄວາມເຊື່ອທີ່ອ່ອນແອກວ່າ ເຊິ່ງກາງວົນໃຈກ່ຽວກັບຮູບເຄົາລົບ. ເພິ່ນບອກໃຫ້ຜູ້ທີ່ເຊື່ອໃຫ້ລະມັດລະວັງໃນເລື່ອງເສລີພາບທີ່ມີໃນພຣະຄຣິດ." }, { "title": "ຂໍ້ມູນທົ່ວໄປ", "body": "“ເຮົາ“ ໝາຍເຖິງໂປໂລແລະ, ເບິ່ງເໝືອນວ່າຈະເປັນການໃຊ້ເປັນພິເສດສະເພາະກັບການຂຽນເຖິງຜູ້ທີ່ເຊື່ອຊາວເມືອງໂກຣິນໂທ, ລວມທັງຜູ້ທີ່ທັງຫລາຍ. (ເບິ່ງ: figs_inclusive)" }, { "title": "ສ່ວນເລື່ອ", "body": "ໂປໂລໃຊ້ປະໂຫຍກນີ້ໃນການເຂົ້າສູ່ຄຳຖາມຕໍ່ໄປທີ່ຊາວເມືອງໂກຣິນໂທຖາມເພິ່ນ." }, { "title": "ອາຫານທີ່ໃຊ້ບູຊາຮູບເຄົາລົບ", "body": "ຄົນຕ່າງຊາດຈະຖວາຍເມັດພືດ, ປາ, ສັດປີກ, ຫລື ຊີ້ນແດ່ພະເຈົ້າຂອງພວກເຂົາ. ສ່ວນພວກປະໂລຫິດຈະເຜົາຂອງຖວາຍບູຊາບາງສ່ວນເທິງແທ່ນບູຊາ. ໂປໂລກຳລັງກ່າວເຖິງເລື່ອງສ່ວນທີ່ເຫລືອທີ່ປະໂລຫິດຈະຄືນໃຫ້ແກ່ຄົນທີ່ຖວາຍເພື່ອກິນຫລືຂາຍ ໃນຕະຫລາດ." }, { "title": "ເຮົາຮູ້ວ່າ “ເຮົາທຸກຄົນຕ່າງກໍ່ມີຄວາມຮູ້“", "body": "ໂປໂລກຳລັງໝາຍເຖິງປະໂຫຍກທີ່ຊາວເມືອງໂກຣິນໂທເຄີຍໃຊ້. ແປອີກຢ່າງໜຶ່ງວ່າ: “ພວກເຮົາຮູ້ວ່າ, ທ່ານ ພວກທ່ານເອງມັກກ່າວວ່າ, ນັ້ນ 'ເຮົາທຸກຄົນຕ່າງກໍ່ມີຄວາມຮູ້'“" }, { "title": "ຄວາມຮູ້ເຮັດໃຫ້ອວດຕົວ", "body": "ໂປໂລກຳລັງກ່າວເຖິງສິ່ງທີ່ຄົນທັງຫລາຍຮູ້ວ່າ ຖ້າຄົນໃດຄົນໜຶ່ງສາມາດເຮັດໃຫ້ອີກຄົນໜຶ່ງເປັນຫລາຍກວ່າທີ່ຄວນຈະເປັນ. ແປອີກຢ່າງໜຶ່ງວ່າ: “ຄົນທັງຫລາຍຜູ້ທີ່ຮູ້ຫລາຍຄິດວ່າຕົນເອງດີກວ່າທີ່ຄວນຈະເປັນ. (ເບິ່ງ: figs_metaphor)" }, { "title": "ຄວາມຮັກເສີມກຳລັງຂຶ້ນ", "body": "ໂປໂລກ່າວເຖິງຄວາມຮັກທີ່ເປັນເໝືອນຄົນໜຶ່ງ ແລະການຊ່ວຍເຫລືອຄົນທັງຫລາຍໃນການສ້າງເຮືອນ. ແປອີກຢ່າງໜຶ່ງວ່າ: “ຄວາມຮັກທີ່ແທ້ຈິງຊ່ວຍຄົນທັງຫລາຍ“ (ເບິ່ງ: figs_metaphor)" }, { "title": "ຄິດວ່າລາວຮູ້ບາງສິ່ງ", "body": "“ເຊື່ອວ່າລາວຮູ້ທຸກຢ່າງກ່ຽວກັບບາງສິ່ງ“" }, { "title": "ຜູ້ນັ້ນຄວນຮູ້ດ້ວຍຕົວລາວ", "body": "ປະໂຫຍກນີ້ສາມາດຂຽນໄດ້ໃນຮູບແບບປົກກະຕິທົ່ວໄປ. ແປອີກຢ່າງໜຶ່ງວ່າ: “ພຣະເຈົ້າຊົງຮູ້ຈັກຄົນນັ້ນ“ (ເບິ່ງ: gs_activepassive )" } ]