1 line
1.5 KiB
Plaintext
1 line
1.5 KiB
Plaintext
\c 11 \v 1 ຈົ່ງຮຽນແບບຢ່າງຂ້າພະເຈົ້າ, ດັ່ງທີ່ຂ້າພະເຈົ້າຮຽນແບບພຣະຄຣິດ. \v 2 ບັດນີ້ ຂ້າພະເຈົ້າຂໍຊົມເຊີຍທ່ານທັງຫລາຍ ເພາະທ່ານລະນຶກເຖິງຂ້າພະເຈົ້າໃນທຸກເລື່ອງ. ຂ້າພະເຈົ້າໄດ້ຊົມເຊີຍທ່ານເພາະທ່ານໄດ້ປະຕິບັດຕາມຮີດຄອງປະເພນີຕ່າງໆ ທີ່ຂ້າພະເຈົ້າໄດ້ໃຫ້ພວກທ່ານໄວ້. \v 3 ແຕ່ຂ້າພະເຈົ້າຕ້ອງການໃຫ້ພວກທ່ານເຂົ້າໃຈວ່າພຣະຄຣິດຊົງເປັນປະມຸກຂອງຜູ້ຊາຍທຸກຄົນ, ຢ່າງທີ່ຜົວເປັນປະມຸກຂອງເມັຍ, ແລະ ທີ່ພຣະເຈົ້າເປັນປະມຸກຂອງພຣະຄຣິດ. \v 4 ດັ່ງນັ້ນຊາຍຄົນໃດທີ່ອະທິຖານ ຫລື ປະກາດພຣະທັມໂດຍການປົກຄຸມຫົວນັ້ນ ເຮັດຄວາມອັບອາຍຕໍ່ພຣະປະມຸກຂອງຕົນ. |