1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 24 ທ່ານບໍ່ຮູ້ບໍວ່າພວກທີ່ແລ່ນແຂ່ງນັ້ນ ຕ້ອງແລ່ນນຳກັນທຸກຄົນ, ແຕ່ມີພຽງຄົນດຽວທີ່ໄດ້ຮັບລາງວັນ? ສະນັ້ນ ຈົ່ງແລ່ນເພື່ອຊີງລາງວັນມາໃຫ້ໄດ້. \v 25 ນັກກິລາຍັງຕ້ອງຄວບຄຸມ-ໂຕເອງໃນການຝຶກຊ້ອມ. ຕ່າງກໍຢູ່ໃນລະບຽບວິໃນຢ່າງເຄັ່ງຄັດ ພວກເຂົາເຮັດເພື່ອຈະໄດ້ມົງກຸດທີ່ຫ່ຽວແຫ້ງໄດ້, ແຕ່ເຮົາແລ່ນເພື່ອຈະໄດ້ມົງກຸດຊື່ງບໍ່ມີວັນຫຽ່ວແຫ້ງ. \v 26 ເຖິງຢ່າງໃດກໍ່ຕາມ ຂ້າພະເຈົ້າກໍ່ບໍ່ໄດ້ແລ່ນໂດຍບໍ່ມີເປົ້າຫມາຍ ແລະບໍ່ໄດ້ຕໍ່ສູ້ແບບນັກມວຍທີ່ຊົກລົມ. \v 27 ແຕ່ຂ້າພະເຈົ້າກຳຈັດເນື້ອຫນັງຂອງຂ້າພະເຈົ້າ ແລະ ໃຫ້ຢູ່ໃຕ້ການຄວບຄຸມ, ເພື່ອວ່າຫລັງຈາກທີ່ຂ້າພະເຈົ້າໄດ້ປະກາດໃຫ້ຄົນອື່ນແລ້ວ, ຂ້າພະເຈົ້າຈະບໍ່ເປັນຄົນທີ່ໃຊ້ການບໍ່ໄດ້ເອງ. |