1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 21 ຕໍ່ຄົນເຫລົ່ານັ້ນທີ່ຢູ່ນອກກົດບັນຍັດ, ຂ້າພະເຈົ້າກໍ່ປະພຶດຕົວຄືກັບຄົນທີ່ຢູ່ນອກກົດບັັນຍັດ, ເຖິງແມ່ນວ່າຂ້າພະເຈົ້າເອງບໍ່ໄດ້ຢູ່ນອກກົດບັນຍັດຂອງພຣະເຈົ້າ, ແຕ່ຢູ່ໃຕ້ພຣະບັນຍັດຂອງພຣະຄຣິດ. ຂ້າພະເຈົ້າເຮັດສິ່ງນີ້ເພື່ອຈະໄດ້ໃຈຄົນເຫລົ່ານີ້ທີ່ຢູ່ນອກກົດບັນຍັດ. \v 22 ຕໍ່ຄົນອ່ອນແອ ຂ້າພະເຈົ້າກໍ່ເຮັດຄືກັບຄົນອ່ອນແອ, ເພື່ອຈະໄດ້ໃຈຄົນອ່ອນແອນັ້ນ. ຂ້າພະເຈົ້າຍອມເປັນຄົນທຸກຊະນິດຕໍ່ຄົນທັງປວງ, ເພື່ອຂ້າພະເຈົ້າຈະຊ່ວຍເຂົາໃຫ້ພົ້ນໄດ້ໂດຍທຸກວິທີທາງ. \v 23 ຂ້າພະເຈົ້າເຮັດທັງຫມົດກໍ່ເພາະເຫັນແກ່ຂ່າວປະເສີດ, ເພື່ອຂ້າພະເຈົ້າຈະໄດ້ມີສ່ວນໃນພຣະພອນແຫ່ງຂ່າວປະເສີດນັ້ນ. |