1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 20 ແຕ່ຂ້າພະເຈົ້າ ໄດ້ເວົ້າເຖິງການທີ່ຄົນຕ່າງຊາດຖວາຍບູຊານັ້ນ, ພວກເຂົາຖວາຍສິ່ງຕ່າງໆເຫລົ່ານີ້ໃຫ້ກັບຜີມານຮ້າຍ ບໍ່ໄດ້ຖວາຍແກ່ພຣະເຈົ້າ. ຂ້າພະເຈົ້າບໍ່ຕ້ອງການໃຫ້ທ່ານເປັນຜູ້ມີສ່ວນຮ່ວມກັບຜີມານຮ້າຍເຫລົ່ານັ້ນ! \v 21 ທ່ານບໍ່ສາມາດທີ່ຈະດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າ ແລະ ດື່ມຈາກຈອກຂອງຜີມານຊາຕານໄດ້. ທ່ານບໍ່ສາມາດກິນຮ່ວມໂຕະຂອງອົງພຣະຜູ້ເປັນເຈົ້າແລະ ຮ່ວມໂຕະຂອງຜີມານຮ້າຍໄດ້ເຊັ່ນກັນ. \v 22 ຫລື ພວກເຮົາຈະຍຸຍົງອົງພຣະຜູ້ເປັນເຈົ້າໃຫ້ຫຶງຫວງບໍ? ພວກເຮົາມີກຳລັງຫລາຍກວ່າພຣະອົງບໍ? |