1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 14 ພວກທີ່ຮັກຂອງຂ້າພະເຈົ້າ, ຈົ່ງຫລີກຫນີການຂາບໄຫວ້ຮູບເຄົາຣົບ. \v 15 ຂ້າພະເຈົ້າເວົ້າກັບທ່ານຄືກັບເວົ້າກັບຄົນທີ່ມີປັນຍາ, ເພື່ອທ່ານຈະພິຈາຣະນາວ່າຂ້າພະເຈົ້າຫມາຍເຖິງອັນໃດ. \v 16 ຖ້ວຍແຫ່ງພຣະພອນທີ່ພວກເຮົາໄດ້ຂໍພຣະພອນນັ້ນ, ເຮັດໃຫ້ເຮົາໄດ້ເຂົ້າສ່ວນໃນພຣະໂລຫິດຂອງພຣະຄຣິດບໍ່ແມ່ນບໍ? ເຂົ້າຈີ່ທີ່ເຮົາຫັກອອກ, ເຮັດໃຫ້ພວກເຮົາໄດ້ເຂົ້າສ່ວນໃນພຣະກາຍຂອງພຣະຄຣິດບໍ່ແມ່ນບໍ? \v 17 ເນື່ອງຈາກມີເຂົ້າຈີ່ກ້ອນດຽວ, ພວກເຮົາຊຶ່ງເປັນຫລາຍບຸກຄົນ ຄືເປັນກາຍດຽວ. ເຮົາທຸກຄົນຕ່າງໄດ້ຮັບຈາກເຂົ້າຈີ່ກ້ອນດຽວກັນນັ້ນ. |