\v 9 ທ່ານບໍ່ຮູ້ບໍວ່າຄົນຊົ່ວຈະບໍ່ໄດ້ຮັບມູນມໍລະດົກໃນຣາຊອານາຈັກຂອງພຣະເຈົ້າ? ຢ່າຫລົງເຊື່ອຄຳຫລອກລວງ, ຄົນທີ່ປະພຶດຜິດທາງເພດ, ພວກຂາບໄຫວ້ຮູບເຄົາລົບ, ພວກລ່ວງປະເວນີ, ພວກຜູ້ຊາຍຂາຍໂຕ, ຄົນເຫລົ່ານັ້ນທີ່ມີພຶດຕິກຳຮັກຮ່ວມເພດ, \v 10 ພວກຂີ້ລັກ, ພວກໂລບ, ພວກຂີ້ເຫລົ້າເມົາຢາ, ພວກເວົ້າຕົວະ, ພວກຄົນໂກງ - ບໍ່ມີຄົນໃດໃນພວກເຂົາຈະໄດ້ຮັບມໍລະດົກໃນຣາຊອານາຈັກຂອງພຣະເຈົ້າ. \v 11 ແລະ ບາງຄົນໃນພວກທ່ານເຄີຍເປັນແບບນັ້ນ. ແຕ່ທ່ານທັງຫລາຍໄດ້ຮັບການຊຳລະແລ້ວ, ແຕ່ທ່ານທັງຫລາຍໄດ້ຖືກມອບໄວ້ຕໍ່ພຣະເຈົ້າແລ້ວ ແຕ່ທ່ານທັງຫລາຍໄດ້ຖືກເຮັດໃຫ້ຊອບທຳຕໍ່ພຣະເຈົ້າແລ້ວ ໃນນາມຂອງອົງພຣະເຢຊູຄຣິດເຈົ້າ ແລະ ໂດຍພຣະວິນຍານຂອງພຣະຜູ້ເປັນເຈົ້າຂອງພວກເຮົາ.