\v 9 ຂ້າພະເຈົ້າໄດ້ຂຽນຫາທ່ານວ່າ ຢ່າຄົບຫາກັບຜູ້ຄົນທີ່ປະພຶດຜິດທາງເພດ. \v 10 ຂ້າພະເຈົ້າບໍ່ໄດ້ກ່າວເຖິງຄົນບາບຂອງໂລກນີ້, ຫລື ຄົນໂລບມາກ, ຫລື ຄົນໂກງ, ຫລື ຄົນທີ່ຂາບໄຫວ້ບູຊາຮູບປັ້ນ, ເພາະການທີ່ຈະຢູ່ຫ່າງຈາກພວກເຂົານັ້ນ ທ່ານຄົງຕ້ອງອອກໄປຈາກໂລກ.