2019-09-03 05:20:21 +00:00
|
|
|
\v 21 ຕາກໍ່ບໍ່ສາມາດເວົ້າກັບມືວ່າ, "ຂ້ອຍບໍ່ຕ້ອງການເຈົ້າ." ຫລື ຫົວຈະເວົ້າກັບຕີນ, "ຂ້ອຍບໍ່ຕ້ອງການເຈົ້າ." \v 22 ແຕ່ຫຼາຍໆອະໄວຍະວະທີ່ເຮົາຄິດວ່າອ່ອນແອກວ່າ ກໍ່ຍັງມີຄວາມຈຳເປັນ, \v 23 ອະໄວຍະວະຂອງຮ່າງກາຍທີ່ເຮົາຄິດວ່າບໍ່ມີກຽດ,. ແລະ ອະໄວຍະວະທີ່ຕ້ອງປົກປິດ, ກໍ່ຕ້ອງໃຫ້ກຽດຕື່ມອີກ. \v 24 ເພາະວ່າອະໄວຍະວະທີ່ເປັນຕາເບີ່ງຢູ່ແລ້ວ, ກໍ່ບໍ່ຈຳເປັນຕ້ອງຕົບແຕ່ງອີກ. ເພາະພວກເຂົາມີຄວາມສະຫງ່າງາມຢູ່ແລ້ວ. ແຕ່ພຣະເຈົ້າຊົງຈັດວາງອະໄວຍະວະຕ່າງໆເຂົ້ານຳກັນ, ແລະ ໄດ້ຊົງປະທານກຽດຫຼາຍຂຶ້ນແກ່ອະໄວຍະວະຕ່າງໆເຫລົ່ານັ້ນທີ່ຕ່ຳຕ້ອຍ.
|